ສະຕິມາປັນຍາເກີດ ເປັນລາຍການ ວິທະຍຸທັມມະ ເລີ່ມ ອອກອາກາດ ຕັ້ງແຕ່ ວັນທີ 22 ພຶດສະພາ ພ.ສ 2554 (ຄ.ສ 2011) ຈົນເຖິງປັດຈຸບັນ. ອອກອາກາດທຸກໆມື້ເວລາ 6,00-7,00 AM ທາງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ FM 95,00 ແລະ 99.70 MHz. ສະຕິມາ ປັນຍາເກີດ ເປັນລາຍການຫນື່ງ ພາຍໃຕ້ການຊີ້ນຳຂອງອົງການພຸດທະສາສນາສຳພັນແຫ່ງ ສປປ ລາວ
ລາຍການສະຕິມາປັນຍາເກີດປະຈຳວັນເສົາ ໂດຍ ແມ່ຂາວນ້ອຍ ແລະ ແມ່ຂາວບຸນມາ
ນານາຄະຕິທັມ ກ່ຽວກັບ ປາກ ຫຼືການເວົ້ານີ້ສຳຄັນຫຼາຍ ເພາະກ່ອນທີ່ເຮົາຈະເວົ້າຫຍັງອອກມາ ແມ່ນມາຈາກໃຈຂອງເຮົາກ່ອນ ຄຳເວົ້າ ເມື່ອເຮົາເວົ້າອອກໄປແລ້ວ ມັນຈະເປັນນາຍເຮົາ ຢ່າງທີ່ໂບຮານວ່າ ມືຖືສາກ ປາກຖືສິນ ໝາຍເຖີງໃຫ້ເຮົາລະມັດລະຫວັງຄຳເວົ້າຂອງເຮົາ ຄຳເວົ້າຄຳຈາໃຫ້ເປັນທັມເປັນວິໄນ ຫຼື ຮູ້ຈັກເວົ້າໃຫ້ຖືກກາລະ ເຖສະ ຮັບຟັງກ່ຽວເລື່ອງນີ້ ກັບ ພຣະອາຈານ ສີສຸກ ສະເຫຼີມຄຸນ.
ໃນສະຫໄຫມພຸດທະການມີຄວາມເຊື່ອເລື່ອງການໄຫວ້ທິດຕ່າງໆ ແຕ່ໃນທາງພຸດທະສາສະໜາແລ້ວ ກໍ່ມີການໄຫວ້ທິດ ຫຼື ການປະຕິບັດຕໍ່ ທິດຕ່າງໆເຫມືອນກັນ ພຣະພຸດທະເຈົ້າໄດ້ຕັດສອນພຣາມເລື່ອງການປະຕິບັດຕໍ່ທິດຕ່າງໆໄວ້ແນວໃດ ອັນໃດເປັນທາງແຫ່ງຄວາມເຊື່ອມ ແລະ ອັນໃດເປັນທາງແຫ່ງຄວາມຈະເລີນ ໂດຍ ພຣະອາຈານ ພຸດທະສອນ ລະຄອນຄຳ ແລະ ຍາຄູຄຳໄຜ່ ສິຣິປັນໂຍ
ມາເບິ່ງ ລັກສະນະຂອງແທ້ ຫຼື ຂອງແທ້ ແຕກຕ່າງກັນແນວໃດ່ ໃນທາງພຸດທະສາສະໜາ ເຮົາຮູ້ຈັກຂອງແທ້ ແລະ ຂອງທຽມແນວໃດ ແລ້ວ ຖ້າເຮົາຢາກຮູ້ຂອງແທ້ ຂອງທຽມເຮົາຈະສັງເກດໄດ້ແນວໃດ ມາຟັງທັດສະນະຂອງອາຈານ ອິນແແປງ ແລະ ພຣະອາຈານ ມະຫາອຸດອນ ອະນຸດຕະໂຣ
ລາຍການ ສະຕິມາປັນຍາເກີດ ປະຈຳວັນສຸກ ໂດຍ ພຣະອາຈານ ຫຸມເພັງ ພັນທະສາໂຣ ຈາກວັດປ່າວິຈິດທັມມາຣາມນາທົ່ມ ເລື່ອງ ໜ້າທີ່ທີ່ຈຳເປັນຂອງມະນຸດ ຄື ການໃຫ້ທານ, ຮັກສາສິນ ແລະ ຈະເລີນເມດຕາພາວະນາ ພຣະອາຈານບອກວ່າ ຖ້າເຮົາເຮັດໄດ້ຄົບທັງ 3 ຢ່າງນີ້ ເຮົາເກີດມາພົບໃດຊາດໃດ ຈະເປັນຜູ້ມີ ໂພຄະຊັບສົມບັດ ຜິວພັນງົດງາມ ມີສະຕິອັນສະຫຼຽວສະຫຼາດ ເພາະອະນິສົງຂອງການໃຫ້ທານ ຮັກສາສິນ ແລະ ຈະເລີນເມດຕາພາວະນານີ້.
ລາຍການ ສະຕິມາປັນຍາເກີດ ປະຈຳວັນຈັນ ເລື່ອງ ໜ້າທີ່ຫຼັກໆຂອງເຮົາຄືຫຍັງ ໃນການດຳເນີນຊີວິດ ເມື່ອເຮົາຕື່ນຂື້ນມາທຸກຄົນມີໜ້າທີ່ ແຕ່ລະຄົນມີໜ້າທີ່ບໍ່ຄືກັນ
ແຕ່ໜ້າທີ່ຫຼັກຂອງຄົນເຮົາແມ່ນອັນໃດ ທັມມະບັນຍາຍ ໂດຍ ພຣະອາຈານ ອິນແປງ ວັດປ່າໂພໄຊ
ສັນທະນາທັມ ປະຈຳວັນພະຫັດ ໃນ ລາຍການ ສະຕິມາປັນຍາເກີດ ໂດຍ ພຣະອາຈານ ສີສຸກ ສະເຫຼີມຄຸນ ແລະ ພຣະອາຈານ ໄຊຍະເດດ ວົງໂສພາ
ລາຍການ ສະຕິມາປັນຍາເກີດ ປະຈຳວັນເສົາ ແມ່ຂາວ ນ້ອຍ ແລະ ແມ່ຂາວ ບຸນມາ ໄດ້ ເອົາ ຫຼັກທັມ ກ່ຽວກັບ ການສົງເຄາະຜູ້ລວງລັບ ມາເວົ້າມາກ່າວໃຫ້ອອກຕົນຍາດໂຍມໄດ້ຮັບຟັງກັນ.
ຄວາມປະມາດເປັນຫົນທາງແຫ່ງຄວາມຕາຍ ຄົນທີ່ປະມາດປຽບສະເໝືອນຄົນທີ່ຕາຍແລ້ວ ເມື່ອເຮົາເກີດມາແລ້ວ ເຮົາຄວນ ຈະຕັ້ງຈຸດມຸງໝາຍຂອງເຮົາໄວ້ແນວໃດ່ ພຣະພຸດທະອົງຕັດໄວ້ວ່າ ຄົນທີ່ເກີດມາແລ້ວ ຄວນຮູ້ຈັກປະໂຫຍດ 3 ຢ່າງ ຄື ປະໂຫຍດໃນປັດຈຸບັນ,ປະໂຫຍດໃນເບື້ອງໜ້າ ແລະ ປະໂຫຍດສູງສຸດ. ແລ້ວ ທ່ານມີເປົ້າໝາຍແນວໃດ່ ໃນຊີວິດນີ້ ຮັບຟັງ ທັມມະບັນຍາຍ ກ່ຽວກັບເລື່ອງນີ້ ໂດຍ ພຣະອາຈານ ພະແກ້ວພະຈັນ ຍົດປັນຍາ ວັດປ່າສະຫວັນພົມ ດົງໝາກຄາຍ.
ລາຍການ ສະຕິມາປັນຍາເກີດ ເລື່ອງ ຫຼັກທັມທີ່ເປັນເຄື່ອງຂູດເກົາ ທັມທີ່ເປັນທີ່ຕັັ້ງແຫ່ງການຂຸດເກົາ ເປັນຫຼັກທັມທີ່ຕັດກັບຈຸນທະ ບັນຍາຍ ໂດຍ ພຣະອາຈານ ສົມຈິດ ສັນຍາຈິດໂຕ
ເລື່ອງການ ຮັບ ສິນ ຮັບພອນ ຖືວ່າເປັນເລື່ອງທີ່ອອກຕົນຍາດໂຍມ ຄຸ້ນເຄີຍ ແລະ ຄົງຮູ້ຈັກດີ ເມື່ອເຂົ້າໄປວັດເຮັດບຸນ ກໍ່ຕ້ອງໄດ້ຮັບສິນ ຮັບພອນຈາກຄູບາອາຈານ ແຕ່ຄວາມຈິງແລ້ວ ສິນມັນຄືແນວໃດ່ ຮັບສິນແນວໃດ່ຈື່ງຈະໄດ້ສິນ, ສິນນີ້ ບໍ່ຮັບໄດ້ບໍ່ ແລະ ຈະປະຕິບັດແນວໃດ່ ໃນພອດແຄສຕ໌ຕອນນີ້ ພຣະອາຈານ ມະຫາອຸດອນ ແລະ ພຣະອາຈານ ອິນແປງ ໄດ້ມາສົນທະນາທັມຄາຍຂໍ້ຂ້ອງໃຈໃຫ້ເຮົາທ່ານໄດ້ທັງຫຼາຍໄດ້ຮັບຟັງກັນ ເຊີນທ່ານຕິດຕາມຮັບຟັງໄດ້...
ອະນິສົງສົມບັດຂອງຄົນມີສິນ ເປັນແນວໃດ່ ແມ່ຂາວນ້ອຍ ແລະ ແມ່ຂາວບຸນມາ ໄດ້ຍົກເອົາຫຼັກທັມຈາກພຣະສູດມາອະທິບາຍ ເຊີ່ງຍົກເອົາເລື່ອງອິນິສົງສົມບັດຂອງຄົນຮັກສາສິນ ແລະ ໂທດຂອງຄົນບໍ່ມີສິນ ຈະເປັນແນວໃດ່ນັ້ນ ເຊີນທ່ານຕິດຕາມຮັບຟັງໄດ້ເລີຍ
ອະນຸສສະຕິ 10 ປະການ ກໍ່ຄື ສິ່ງທີ່ຄຸມຈິດ ແລະ ຄວາມຄິດ ທີ່ປະກົດສະເພາະໜ້າ ທີ່ເຮົາຄວນລະນຶກ ຄິດເຖີງຢູ່ເນື່ອງໆ ເພື່ອຈະໃຫ້ເປັນບຸນທາງຈິດໃຈຂອງເຮົາ ເພາະສ່ວນຫຼາຍຈິດໃຈຂອງເຮົາ ມັກໄປຜູກກັບສິ່ງອື່ນ ເຊັ່ນ ໄປຜູກໄວ້ກັບ ຄວາມຄຽດ ຄວາມແຄ້ນ ກັບເລື່ອງທີ່ມັນເຮັດເຮົາຊີວິດຂອງເຮົາມີແຕ່ຄວາມເສົ້າໝອງ...ອະນຸດສະຕິ 10 ປະການນີ້ ເປັນສິ່ງທີ່ເຮົາຈະຕ້ອງມາທົບທວນ ລະນຶກ ຄິດເຖີງຢູ່ເນື່ອງໆ ເພື່ອຄວາມຈະເລີນກ້າວໜ້າທາງການປະຕິບັດກັມມະຖານ.
ລາຍການ ສະຕິມາ ປັນຍາເກີດ ປະຈຳວັນອັງຄານ ຮັບໜ້າທີ່ ໂດຍ ພຣະຄຣູ ຄຳໄຜ່ ສິຣິປັນໂຍ ແລະ ພຣະອາຈານ ພຸດທະສອນ ລະຄອນຄຳ ສົນທະນາທັມ ເລື່ອງ "ທັມມະນຳຄວາມຈະເລີນມາໃຫ້" ທັມມະສາມາດນຳຄວາມຈະເລີນມາໃຫ້ທຸກທ່ານ ແລະ ສາມາດເຮັດໃຫ້ຜູ້ປະຕິບັດທັມເປັນໄປເພື່ອຄວາມດັບແຫ່ງທຸກໄດ້ ພຣະສາສະດາເຄີຍຕັດໄວ້ວ່າາ ຈົ່ງມີທັມເປັນທີ່ເພີີ່ງ ມີທັມເປັນສາຣະນະ ຢ່າມີສິ່ງອືນເປັນສາຣະນະເລີຍ ແບະ ຈົ່ງມີຕົນເປັນທີ່ເພີ່ງ ມີຕົນເປັນສາຣະນະ ຢ່າມີສິ່ງອື່ນເປັນສາຣະນະເລີຍ ແລະ ນອກຈາກນັ້ນ ພ...
ກັບມາພົບກັນອີກຄັ້ງກັບ ລາຍການສະຕິມາປັນຍເກີດ ເປັນປະຈຳ Episode ນີ້ ຮັບໜ້າທີ່ໂດຍ ພຣະອາຈານ ມະຫາອຸດອນ ແລະ ພຣະອາຈານ ອິນແປງ ໄດ້ມາສົນທະນາທັມ ໃນຫົວຂໍ້ "ເກັ່ງດີ ມີສິນທັມ" ເປັນເລື່ອງລາວ ທີ່ເກີດຂື້ນໃນສັງຄົມປັນຈຸບັນ ແລະ ເປັນຫຍັງ ຄວາມເກັ່ງພຽງຢ່າງດ່ຽວຈືື່່ງຍັງບໍ່ພໍ ແຕ່ຄວາມເກັ່ງຕ້ອງຄອບຄູ່ກັບການມີສິນທັມດ້ວຍ.ເຊີນທ່ານຕິດຕາມຮັບຟັງໄດ້ເລີຍ.
ສົນທະນາສາລະທັມ ກັບ ພຣະອາຈານ ສີສຸກ ສະເຫຼີມຄຸນ ແລະ ພຣະອາຈານ ໄຊຍະເດດ ວົງໂຊພາ
ຫຼັກທັມຄຳສອນຂອງພຣະສັມມາສັມພຸດທະເຈົ້າ ທີ່ມາໃນໂອວາດທະປາຕິໂມກ ໂດຍ ພຣະອາຈານ ສົມຈິດ ສັນຍາຈິດໂຕ ແລະ ສັມມະເນນ
ສັນຍາ ຫຼື ຄວາມກຳໜົດໝາຍ 10 ປະການ ທີ່ມີມາໃນ ຄິລິມານົນສູດ ຄັ້ງເມື່ອພຣະຄິລິມານົນເກີດອາພາດໜັກ ແລ້ວພຣະພຸດທະເຈົ້າໄດ້ສະແດງ ສັນຍາ 10 ປະການນີ້ ໃຫ້ພຣະອານົນ ໄປສະແດງໃຫ້ພຣະຄິລິມານົນ ຈື່ງຫາຍຈາກອາດພາດ ສ່ວນ ສັນຍາ 10 ປະການນັ້ນ ຈະເປັນແນວໃດ່ ເຊີນທ່ານຕິດຕາມຟັງໄດ້ເລີຍ.ສົນທະນາທັມໂດຍ ພຣະອາຈານ ພຸດທະສອນ ລະຄອນຄຳ ແລະ ພຣະອາຈານຄຳໄຜ່ ສິຣິປັນໂຍ.
ກິນແນວໃດ່ໃຫ້ໄດ້ປະໂຫຍດສູງສຸດ ບົດສົນທະນາທັມ ລະຫວ່າງ ການກິນແບບຄົນທົ່ວໄປ ກັບ ກັບການກິນແບບພຸດທະ ຫຼື ການກິນຂອງຄົນມີປັນຍາ ກິນແນວໃດ່ ປະມານໃດ່ ໃຫ້ໄດ້ປະໂຫຍດສູງສູດ ຮັບຟັງໄດ້ກັບເລື່ອງນີ້ ສົນທະນາທັມໂດຍ ພຣະອາຈານ ມະຫາອຸດອນ ແລະ ພຣະອາຈານ ອິນແປງ
ຫົນທາງດ່ຽວທີຈະລະບາບອະກຸສົນໄດ້ ດ້ວຍການປະຕິບັດອານາປານະສະຕິ ຜູ້ປະຕິບັດແລ້ວ ຈະເລີນແລ້ວ ຈະມີຜົນອະນິສົງຫຼາຍ ຮັບຟັງທັມບັນຍາຍກ່ຽວກັບ ອານາປະນະສະຕິ ໂດຍ ພຣະອາຈານ ທະວີໄຊ ວັດປ່າວິໂມກ (ຊຳປັກແຮດ)
If you've ever wanted to know about champagne, satanism, the Stonewall Uprising, chaos theory, LSD, El Nino, true crime and Rosa Parks, then look no further. Josh and Chuck have you covered.
Current and classic episodes, featuring compelling true-crime mysteries, powerful documentaries and in-depth investigations. Special Summer Offer: Exclusively on Apple Podcasts, try our Dateline Premium subscription completely free for one month! With Dateline Premium, you get every episode ad-free plus exclusive bonus content.
I’m Jay Shetty host of On Purpose the worlds #1 Mental Health podcast and I’m so grateful you found us. I started this podcast 5 years ago to invite you into conversations and workshops that are designed to help make you happier, healthier and more healed. I believe that when you (yes you) feel seen, heard and understood you’re able to deal with relationship struggles, work challenges and life’s ups and downs with more ease and grace. I interview experts, celebrities, thought leaders and athletes so that we can grow our mindset, build better habits and uncover a side of them we’ve never seen before. New episodes every Monday and Friday. Your support means the world to me and I don’t take it for granted — click the follow button and leave a review to help us spread the love with On Purpose. I can’t wait for you to listen to your first or 500th episode!
The latest news in 4 minutes updated every hour, every day.
Listen to 'The Bobby Bones Show' by downloading the daily full replay.