ສະຕິມາປັນຍາເກີດ

ສະຕິມາປັນຍາເກີດ

ສະຕິມາປັນຍາເກີດ ເປັນລາຍການ ວິທະຍຸທັມມະ ເລີ່ມ ອອກອາກາດ ຕັ້ງແຕ່ ວັນທີ 22 ພຶດສະພາ ພ.ສ 2554 (ຄ.ສ 2011) ຈົນເຖິງປັດຈຸບັນ. ອອກອາກາດທຸກໆມື້ເວລາ 6,00-7,00 AM ທາງສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ FM 95,00 ແລະ 99.70 MHz. ສະຕິມາ ປັນຍາເກີດ ເປັນລາຍການຫນື່ງ ພາຍໃຕ້ການຊີ້ນຳຂອງອົງການພຸດທະສາສນາສຳພັນແຫ່ງ ສປປ ລາວ

Episodes

September 18, 2021 60 mins

ລາຍການສະຕິມາປັນຍາເກີດປະຈຳວັນເສົາ ໂດຍ ແມ່ຂາວນ້ອຍ ແລະ ແມ່ຂາວບຸນມາ

Mark as Played

ນານາຄະຕິທັມ ກ່ຽວກັບ ປາກ ຫຼືການເວົ້ານີ້ສຳຄັນຫຼາຍ ເພາະກ່ອນທີ່ເຮົາຈະເວົ້າຫຍັງອອກມາ ແມ່ນມາຈາກໃຈຂອງເຮົາກ່ອນ ຄຳເວົ້າ ເມື່ອເຮົາເວົ້າອອກໄປແລ້ວ ມັນຈະເປັນນາຍເຮົາ  ຢ່າງທີ່ໂບຮານວ່າ ມືຖືສາກ ປາກຖືສິນ ໝາຍເຖີງໃຫ້ເຮົາລະມັດລະຫວັງຄຳເວົ້າຂອງເຮົາ ຄຳເວົ້າຄຳຈາໃຫ້ເປັນທັມເປັນວິໄນ ຫຼື ຮູ້ຈັກເວົ້າໃຫ້ຖືກກາລະ ເຖສະ ຮັບຟັງກ່ຽວເລື່ອງນີ້ ກັບ ພຣະອາຈານ ສີສຸກ ສະເຫຼີມຄຸນ.

Mark as Played

ໃນສະຫໄຫມພຸດທະການມີຄວາມເຊື່ອເລື່ອງການໄຫວ້ທິດຕ່າງໆ ແຕ່ໃນທາງພຸດທະສາສະໜາແລ້ວ ກໍ່ມີການໄຫວ້ທິດ ຫຼື ການປະຕິບັດຕໍ່ ທິດຕ່າງໆເຫມືອນກັນ ພຣະພຸດທະເຈົ້າໄດ້ຕັດສອນພຣາມເລື່ອງການປະຕິບັດຕໍ່ທິດຕ່າງໆໄວ້ແນວໃດ ອັນໃດເປັນທາງແຫ່ງຄວາມເຊື່ອມ ແລະ ອັນໃດເປັນທາງແຫ່ງຄວາມຈະເລີນ ໂດຍ ພຣະອາຈານ ພຸດທະສອນ ລະຄອນຄຳ ແລະ ຍາຄູຄຳໄຜ່ ສິຣິປັນໂຍ

Mark as Played
July 19, 2021 56 mins

ມາເບິ່ງ ລັກສະນະຂອງແທ້ ຫຼື ຂອງແທ້ ແຕກຕ່າງກັນແນວໃດ່ ໃນທາງພຸດທະສາສະໜາ ເຮົາຮູ້ຈັກຂອງແທ້ ແລະ ຂອງທຽມແນວໃດ ແລ້ວ ຖ້າເຮົາຢາກຮູ້ຂອງແທ້ ຂອງທຽມເຮົາຈະສັງເກດໄດ້ແນວໃດ ມາຟັງທັດສະນະຂອງອາຈານ ອິນແແປງ ແລະ ພຣະອາຈານ ມະຫາອຸດອນ ອະນຸດຕະໂຣ

Mark as Played

ລາຍການ ສະຕິມາປັນຍາເກີດ ປະຈຳວັນສຸກ ໂດຍ ພຣະອາຈານ ຫຸມເພັງ ພັນທະສາໂຣ ຈາກວັດປ່າວິຈິດທັມມາຣາມນາທົ່ມ ເລື່ອງ ໜ້າທີ່ທີ່ຈຳເປັນຂອງມະນຸດ ຄື ການໃຫ້ທານ, ຮັກສາສິນ ແລະ ຈະເລີນເມດຕາພາວະນາ ພຣະອາຈານບອກວ່າ ຖ້າເຮົາເຮັດໄດ້ຄົບທັງ 3 ຢ່າງນີ້ ເຮົາເກີດມາພົບໃດຊາດໃດ ຈະເປັນຜູ້ມີ ໂພຄະຊັບສົມບັດ ຜິວພັນງົດງາມ ມີສະຕິອັນສະຫຼຽວສະຫຼາດ ເພາະອະນິສົງຂອງການໃຫ້ທານ ຮັກສາສິນ ແລະ ຈະເລີນເມດຕາພາວະນານີ້.

Mark as Played

ລາຍການ ສະຕິມາປັນຍາເກີດ ປະຈຳວັນຈັນ ເລື່ອງ ໜ້າທີ່ຫຼັກໆຂອງເຮົາຄືຫຍັງ ໃນການດຳເນີນຊີວິດ ເມື່ອເຮົາຕື່ນຂື້ນມາທຸກຄົນມີໜ້າທີ່ ແຕ່ລະຄົນມີໜ້າທີ່ບໍ່ຄືກັນ 

ແຕ່ໜ້າທີ່ຫຼັກຂອງຄົນເຮົາແມ່ນອັນໃດ ທັມມະບັນຍາຍ ໂດຍ ພຣະອາຈານ ອິນແປງ ວັດປ່າໂພໄຊ

Mark as Played

ສັນທະນາທັມ ປະຈຳວັນພະຫັດ ໃນ ລາຍການ ສະຕິມາປັນຍາເກີດ ໂດຍ ພຣະອາຈານ ສີສຸກ ສະເຫຼີມຄຸນ ແລະ ພຣະອາຈານ ໄຊຍະເດດ ວົງໂສພາ

Mark as Played

ລາຍການ ສະຕິມາປັນຍາເກີດ ປະຈຳວັນເສົາ ແມ່ຂາວ ນ້ອຍ ແລະ ແມ່ຂາວ ບຸນມາ ໄດ້ ເອົາ ຫຼັກທັມ ກ່ຽວກັບ ການສົງເຄາະຜູ້ລວງລັບ ມາເວົ້າມາກ່າວໃຫ້ອອກຕົນຍາດໂຍມໄດ້ຮັບຟັງກັນ.

Mark as Played

ຄວາມປະມາດເປັນຫົນທາງແຫ່ງຄວາມຕາຍ ຄົນທີ່ປະມາດປຽບສະເໝືອນຄົນທີ່ຕາຍແລ້ວ ເມື່ອເຮົາເກີດມາແລ້ວ ເຮົາຄວນ ຈະຕັ້ງຈຸດມຸງໝາຍຂອງເຮົາໄວ້ແນວໃດ່ ພຣະພຸດທະອົງຕັດໄວ້ວ່າ ຄົນທີ່ເກີດມາແລ້ວ ຄວນຮູ້ຈັກປະໂຫຍດ 3 ຢ່າງ ຄື ປະໂຫຍດໃນປັດຈຸບັນ,ປະໂຫຍດໃນເບື້ອງໜ້າ ແລະ ປະໂຫຍດສູງສຸດ. ແລ້ວ ທ່ານມີເປົ້າໝາຍແນວໃດ່ ໃນຊີວິດນີ້  ຮັບຟັງ ທັມມະບັນຍາຍ ກ່ຽວກັບເລື່ອງນີ້ ໂດຍ ພຣະອາຈານ ພະແກ້ວພະຈັນ ຍົດປັນຍາ ວັດປ່າສະຫວັນພົມ ດົງໝາກຄາຍ.

Mark as Played

ລາຍການ ສະຕິມາປັນຍາເກີດ ເລື່ອງ ຫຼັກທັມທີ່ເປັນເຄື່ອງຂູດເກົາ  ທັມທີ່ເປັນທີ່ຕັັ້ງແຫ່ງການຂຸດເກົາ ເປັນຫຼັກທັມທີ່ຕັດກັບຈຸນທະ  ບັນຍາຍ ໂດຍ ພຣະອາຈານ ສົມຈິດ ສັນຍາຈິດໂຕ

Mark as Played

ເລື່ອງການ ຮັບ ສິນ ຮັບພອນ  ຖືວ່າເປັນເລື່ອງທີ່ອອກຕົນຍາດໂຍມ ຄຸ້ນເຄີຍ ແລະ ຄົງຮູ້ຈັກດີ ເມື່ອເຂົ້າໄປວັດເຮັດບຸນ ກໍ່ຕ້ອງໄດ້ຮັບສິນ ຮັບພອນຈາກຄູບາອາຈານ ແຕ່ຄວາມຈິງແລ້ວ  ສິນມັນຄືແນວໃດ່ ຮັບສິນແນວໃດ່ຈື່ງຈະໄດ້ສິນ, ສິນນີ້ ບໍ່ຮັບໄດ້ບໍ່ ແລະ ຈະປະຕິບັດແນວໃດ່ ໃນພອດແຄສຕ໌ຕອນນີ້ ພຣະອາຈານ ມະຫາອຸດອນ ແລະ ພຣະອາຈານ ອິນແປງ ໄດ້ມາສົນທະນາທັມຄາຍຂໍ້ຂ້ອງໃຈໃຫ້ເຮົາທ່ານໄດ້ທັງຫຼາຍໄດ້ຮັບຟັງກັນ ເຊີນທ່ານຕິດຕາມຮັບຟັງໄດ້...





Mark as Played

ອະນິສົງສົມບັດຂອງຄົນມີສິນ ເປັນແນວໃດ່    ແມ່ຂາວນ້ອຍ ແລະ ແມ່ຂາວບຸນມາ ໄດ້ຍົກເອົາຫຼັກທັມຈາກພຣະສູດມາອະທິບາຍ ເຊີ່ງຍົກເອົາເລື່ອງອິນິສົງສົມບັດຂອງຄົນຮັກສາສິນ ແລະ ໂທດຂອງຄົນບໍ່ມີສິນ ຈະເປັນແນວໃດ່ນັ້ນ ເຊີນທ່ານຕິດຕາມຮັບຟັງໄດ້ເລີຍ

Mark as Played

ອະນຸສສະຕິ 10 ປະການ ກໍ່ຄື ສິ່ງທີ່ຄຸມຈິດ ແລະ ຄວາມຄິດ ທີ່ປະກົດສະເພາະໜ້າ ທີ່ເຮົາຄວນລະນຶກ ຄິດເຖີງຢູ່ເນື່ອງໆ ເພື່ອຈະໃຫ້ເປັນບຸນທາງຈິດໃຈຂອງເຮົາ ເພາະສ່ວນຫຼາຍຈິດໃຈຂອງເຮົາ ມັກໄປຜູກກັບສິ່ງອື່ນ ເຊັ່ນ ໄປຜູກໄວ້ກັບ ຄວາມຄຽດ ຄວາມແຄ້ນ ກັບເລື່ອງທີ່ມັນເຮັດເຮົາຊີວິດຂອງເຮົາມີແຕ່ຄວາມເສົ້າໝອງ...ອະນຸດສະຕິ 10 ປະການນີ້ ເປັນສິ່ງທີ່ເຮົາຈະຕ້ອງມາທົບທວນ ລະນຶກ ຄິດເຖີງຢູ່ເນື່ອງໆ ເພື່ອຄວາມຈະເລີນກ້າວໜ້າທາງການປະຕິບັດກັມມະຖານ.

Mark as Played

ລາຍການ ສະຕິມາ ປັນຍາເກີດ ປະຈຳວັນອັງຄານ ຮັບໜ້າທີ່ ໂດຍ ພຣະຄຣູ ຄຳໄຜ່ ສິຣິປັນໂຍ ແລະ ພຣະອາຈານ ພຸດທະສອນ ລະຄອນຄຳ ສົນທະນາທັມ ເລື່ອງ "ທັມມະນຳຄວາມຈະເລີນມາໃຫ້"   ທັມມະສາມາດນຳຄວາມຈະເລີນມາໃຫ້ທຸກທ່ານ ແລະ ສາມາດເຮັດໃຫ້ຜູ້ປະຕິບັດທັມເປັນໄປເພື່ອຄວາມດັບແຫ່ງທຸກໄດ້ ພຣະສາສະດາເຄີຍຕັດໄວ້ວ່າາ ຈົ່ງມີທັມເປັນທີ່ເພີີ່ງ ມີທັມເປັນສາຣະນະ ຢ່າມີສິ່ງອືນເປັນສາຣະນະເລີຍ ແບະ ຈົ່ງມີຕົນເປັນທີ່ເພີ່ງ ມີຕົນເປັນສາຣະນະ ຢ່າມີສິ່ງອື່ນເປັນສາຣະນະເລີຍ  ແລະ ນອກຈາກນັ້ນ ພ...

Mark as Played

ກັບມາພົບກັນອີກຄັ້ງກັບ ລາຍການສະຕິມາປັນຍເກີດ ເປັນປະຈຳ Episode ນີ້ ຮັບໜ້າທີ່ໂດຍ ພຣະອາຈານ ມະຫາອຸດອນ ແລະ ພຣະອາຈານ ອິນແປງ ໄດ້ມາສົນທະນາທັມ ໃນຫົວຂໍ້ "ເກັ່ງດີ ມີສິນທັມ" ເປັນເລື່ອງລາວ ທີ່ເກີດຂື້ນໃນສັງຄົມປັນຈຸບັນ ແລະ ເປັນຫຍັງ ຄວາມເກັ່ງພຽງຢ່າງດ່ຽວຈືື່່ງຍັງບໍ່ພໍ ແຕ່ຄວາມເກັ່ງຕ້ອງຄອບຄູ່ກັບການມີສິນທັມດ້ວຍ.ເຊີນທ່ານຕິດຕາມຮັບຟັງໄດ້ເລີຍ.

Mark as Played

ສົນທະນາສາລະທັມ ກັບ ພຣະອາຈານ ສີສຸກ ສະເຫຼີມຄຸນ ແລະ ພຣະອາຈານ ໄຊຍະເດດ ວົງໂຊພາ

Mark as Played

ຫຼັກທັມຄຳສອນຂອງພຣະສັມມາສັມພຸດທະເຈົ້າ ທີ່ມາໃນໂອວາດທະປາຕິໂມກ ໂດຍ ພຣະອາຈານ ສົມຈິດ ສັນຍາຈິດໂຕ ແລະ ສັມມະເນນ

Mark as Played
June 1, 2021 54 mins

ສັນຍາ ຫຼື ຄວາມກຳໜົດໝາຍ 10 ປະການ ທີ່ມີມາໃນ ຄິລິມານົນສູດ ຄັ້ງເມື່ອພຣະຄິລິມານົນເກີດອາພາດໜັກ ແລ້ວພຣະພຸດທະເຈົ້າໄດ້ສະແດງ ສັນຍາ 10 ປະການນີ້ ໃຫ້ພຣະອານົນ ໄປສະແດງໃຫ້ພຣະຄິລິມານົນ ຈື່ງຫາຍຈາກອາດພາດ ສ່ວນ ສັນຍາ 10 ປະການນັ້ນ ຈະເປັນແນວໃດ່ ເຊີນທ່ານຕິດຕາມຟັງໄດ້ເລີຍ.ສົນທະນາທັມໂດຍ ພຣະອາຈານ ພຸດທະສອນ ລະຄອນຄຳ ແລະ ພຣະອາຈານຄຳໄຜ່ ສິຣິປັນໂຍ.

Mark as Played

ກິນແນວໃດ່ໃຫ້ໄດ້ປະໂຫຍດສູງສຸດ ບົດສົນທະນາທັມ  ລະຫວ່າງ ການກິນແບບຄົນທົ່ວໄປ ກັບ ກັບການກິນແບບພຸດທະ ຫຼື ການກິນຂອງຄົນມີປັນຍາ ກິນແນວໃດ່ ປະມານໃດ່ ໃຫ້ໄດ້ປະໂຫຍດສູງສູດ  ຮັບຟັງໄດ້ກັບເລື່ອງນີ້ ສົນທະນາທັມໂດຍ ພຣະອາຈານ ມະຫາອຸດອນ ແລະ ພຣະອາຈານ ອິນແປງ 

 

Mark as Played
May 30, 2021 56 mins

ຫົນທາງດ່ຽວທີຈະລະບາບອະກຸສົນໄດ້  ດ້ວຍການປະຕິບັດອານາປານະສະຕິ ຜູ້ປະຕິບັດແລ້ວ ຈະເລີນແລ້ວ ຈະມີຜົນອະນິສົງຫຼາຍ ຮັບຟັງທັມບັນຍາຍກ່ຽວກັບ ອານາປະນະສະຕິ ໂດຍ ພຣະອາຈານ ທະວີໄຊ ວັດປ່າວິໂມກ (ຊຳປັກແຮດ)

Mark as Played

Popular Podcasts

    UConn basketball star Azzi Fudd brings her championship swag to iHeart Women’s Sports with Fudd Around and Find Out, a weekly podcast that takes fans along for the ride as Azzi spends her final year of college trying to reclaim the National Championship and prepare to be a first round WNBA draft pick. Ever wonder what it’s like to be a world-class athlete in the public spotlight while still managing schoolwork, friendships and family time? It’s time to Fudd Around and Find Out!

    Crime Junkie

    Does hearing about a true crime case always leave you scouring the internet for the truth behind the story? Dive into your next mystery with Crime Junkie. Every Monday, join your host Ashley Flowers as she unravels all the details of infamous and underreported true crime cases with her best friend Brit Prawat. From cold cases to missing persons and heroes in our community who seek justice, Crime Junkie is your destination for theories and stories you won’t hear anywhere else. Whether you're a seasoned true crime enthusiast or new to the genre, you'll find yourself on the edge of your seat awaiting a new episode every Monday. If you can never get enough true crime... Congratulations, you’ve found your people. Follow to join a community of Crime Junkies! Crime Junkie is presented by audiochuck Media Company.

    24/7 News: The Latest

    The latest news in 4 minutes updated every hour, every day.

    Stuff You Should Know

    If you've ever wanted to know about champagne, satanism, the Stonewall Uprising, chaos theory, LSD, El Nino, true crime and Rosa Parks, then look no further. Josh and Chuck have you covered.

    The Breakfast Club

    The World's Most Dangerous Morning Show, The Breakfast Club, With DJ Envy, Jess Hilarious, And Charlamagne Tha God!

Advertise With Us
Music, radio and podcasts, all free. Listen online or download the iHeart App.

Connect

© 2025 iHeartMedia, Inc.