SBS Lao - SBS ພາສາລາວ

SBS Lao - SBS ພາສາລາວ

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Episodes

May 13, 2024 7 mins
ໃນຂນະ ທີ່ຍັງບໍ່ທັນມີການກວດພົບໄຂ້ຫວັດນົກ ຢູ່ໃນອອສເຕຣເລັຍ, ຜູ້ຊ່ຽວຊານເຕືອນວ່າ ການມາເຖິງຂອງມັນ ແມ່ນຫຼີກລ່ຽງບໍ່ໄດ້ ແລະພວກເຮົາຕ້ອງກຽມພ້ອມ ແລະນັກວິທະຍາສາດທົ່ວໂລກ ກໍາລັງແຂ່ງກັນ ເພື່ອຈະບົ່ງວ່າ ໄຂ້ຫວັດສັດປີກ H5N1 ທີ່ເຮັດໃຫ້ເກີດພະຍາດໄດ້ສູງ ຫຼື ໄຂ້ຫວັດນົກ ກໍາລັງວິວັດທະນາການແນວໃດ-ແລະມັນມີຄວາມສ່ຽງແນວໃດ ຕໍ່ມະນຸດ.
Mark as Played
ຢາວັກຊີນ AstraZeneca ໄດ້ຖືກຍົກເລີກ ໂດຍ Therapeutic Goods Authorityຂອງອອສເຕຣເລັຍ ໃນເດືອນເມສາ 2023 ຫຼັງຈາກ ໄດ້ພົບຜົນຂ້າງຄຽງທີ່ບໍ່ດີ. ຊຸດສຸດທ້າຍຂອງ AstraZeneca ໃນອອສເຕຣເລັຍ ໄດ້ໝົດອາຍຸໃນວັນທີ 21 ມີນາ 2023. AstraZeneca ໄດ້ຮັບເຄຣດິດສໍາລັບ Vaxzevria (ຊື່ທາງການຄ້າຂອງ AstraZeneca) ທີ່ຊ່ວຍຊີວິດຫຼາຍກວ່າ 6.5 ລ້ານຄົນ ຂອງການນໍາໃຊ້ ໃນປີທໍາອິດ.
Mark as Played
ການສອບຖາມ ຂອງສະພາສູງ (Senate Inquiry) ໄດ້ແນະນໍາ ໃຫ້ຣັຖບານ ອອກກົດຫມາຍ ວ່າດ້ວຍການເນຣະເທດ ທີ່ເປັນເລື້ອງຖົກຖຽງຊຶ່ງຈະເຮັດໃຫ້ການເນຣະເທດ ຜູ້ທີ່ຢູ່ໃນສະຖານທີ່ຄຸມຂັງຄົນເຂົ້າເມືອງໄດ້ງ່າຍຂຶ້ນ. ກົດຫມາຍສະບັບນີ້ ຍັງຈະອະນຸຍາດ ໃຫ້ຣັຖບານກໍານົດຫ້າມແບບຄອບຄຸມ ຕໍ່ປະຊາຊົນ ຈາກຊາດທີ່ຣັຖບານປະຕິເສດ ທີ່ຈະຮັບເອົາການສົ່ງກັບຄືນ ຂອງພົນລະເມືອງ ທີ່ຖືກເນຣະເທດ.
Mark as Played
The land holds a profound spiritual significance for Aboriginal and Torres Strait Islander peoples, intricately intertwined with their identity, belonging, and way of life. - ແຜ່ນດິນນີ້ ມີຄວາມສໍາຄັນ ທາງວິນຍານອັນເລິກເຊິ່ງ ສໍາລັບຊາວ Aboriginal ແລະ Torres Strait, ຊຶ່ງກ່ຽວພັນຢ່າງແໜ້ນແຟ້ນ ກັບເອກະລັກ, ຄວາມເປັນເຈົ້າຂອງ, ແລະວິຖີຊີວິດຂອງເຂົາເຈົ້າ.
Mark as Played
ຜູ້ປ່ວຍ ທີ່ມີຄວາມສ່ຽງສູງ ຕໍ່ການກັບຄືນມາເປັນໂຣກມະເຮັງເຕົ້ານົມ ຈະມີການເຂົ້າເຖິງ ການປິ່ນປົວ ທີ່ສາມາດປ້ອງກັນ ການກັບຄືນມາເປັນໂຣກມະເຮັງເຕົ້ານົມໄດ້ ໃນອີກບໍ່ຊ້າ. ນາຍຫມໍດ້ານມະເຮັງ ທີ່ສູນມະເຮັງ Peter MacCallum ກ່າວວ່າ ຢາປົວໂຣກມະເຮັງເຕົ້ານົມນີ້ (Verzenio) ແກ້ໄຂບັນຫານັ້ນໂດຍກົງ.
Mark as Played
ຣັສເຊັຍ ເປັນປະເທດທີ່ຖືກຂວ້ຳບາດ ຫຼາຍທີ່ສຸດໃນໂລກ ໂດຍມີຫລາຍປະເທດ ຮວມທັງອອສເຕຣເລັຍ ໄດ້ອອກຂໍ້ຈໍາກັດ ຕໍ່ບາງບຸກຄົນ ແລະບາງອົງການ ໃນຄວາມພະຍາຍາມ ທີ່ຈະສະກັດກັ້ນ ສົງຄາມ ຂອງປະທານາທິບໍດີ ຣັສເຊັຍ ທ່ານ Vladimir Putin ໃນ Ukraine. ແຕ່ການທ້າທາຍ ເມື່ອບໍ່ດົນມານີ້ ຕໍ່ລະບົບການຂວ້ຳບາດ ທີ່ເປັນອິດສຣະ ຂອງອອສເຕຣເລັຍ ເຮັດໃຫ້ມີຜູ້ຊ່ຽວຊານ ຮຽກຮ້ອງ ໃຫ້ມີການຂວ້ຳບາດ ທີ່ເຂັ້ມງວດ ແລະບັງຄັບໃຊ້ໄດ້ຫລາຍຂຶ້ນ.
Mark as Played
ການຄົ້ນຄວ້າໃຫມ່ຈາກ Monash University ໄດ້ລະບຸຄວາມສຳພັນລະຫວ່າງການລອດຊີວິດຂອງຜູ້ທີ່ຫົວໃຈກຳລັງຢຸດເຕັ້ນ ແລະ ຜູ້ທີ່ຢືນຢູ່ຮອບຂ້າງທີ່ຮູ້ CPR ໃນເຂດ ຣັຖບານທ້ອງຖິ່ນ ຂອງອອສເຕຣເລັຍ (Australian Local Government Areas) ທີ່ມີອັດຕາ ການຫົວໃຈຢຸດເຕັ້ນ ສູງສຸດ ແລະອັດຕາທີ່ຕ່ຳທີ່ສຸດ ຂອງຜູ້ທີ່ຢືນຢູ່ຮອບຂ້າງທີ່ຮູ້ CPR (Resuscitation Cardiopulmonary).
Mark as Played
April 25, 2024 6 mins
ໂລກ ກັບ ພລາສະຕິກ (Planet versus the Plastics) ແມ່ນການຮຽກຮ້ອງໃນການຕໍ່ສູ້ຂອງວັນໂລກ (Earth Day) 2024, ຊຶ່ງຮຽກຮ້ອງໃຫ້ມີການຫຼຸດການໃຊ້ພລາສຕິກລົງ 60 ເປີເຊັນ ພາຍໃນປີ 2040. ໂຄງການສິ່ງແວດລ້ອມຂອງອົງການສະຫະປະຊາຊາດພົບວ່າມະນຸດ ຜລິດສິ່ງເສດເຫຼືອພລາສຕິກ 400 ລ້ານໂຕນໃນແຕ່ລະປີ.
Mark as Played
ເນື່ອງໃນໂອກາດງານປີໃໝ່, ວິທຍຸ SBS ພາກພາສາລາວ ໄດ້ໂອ້ລົມແບບກັນເອງກັບຜູ້ອາວຸໂສ ກ່ຍວກັບຄວາມຮູ້ສຶກຂອງປີໃໝ່ລາວໃນ ອອສເຕຣເລັຍ.
Mark as Played
ການຮ່ວມມື ດ້ານຄວາມໝັ້ນຄົງສາມຝ່າຍຊຶ່ງເອີ້ນວ່າ AUKUS. ລະຫວ່າງອອສເຕຣເລັຍ, ອັງກິດ ແລະສະຫະຣັດ ກຳລັງພິຈາຣະນາກ່ຽວກັບການຮ່ວມມືກັບຍີ່ປຸ່ນ ໃນໂຄງການເຕັກໂນໂລຈີປ້ອງກັນປະເທດ. ແຕ່ໂຄສົກ ກະຊວງການຕ່າງປະເທດຈີນກ່າວວ່າ ການມີສ່ວນຮ່ວມໃດໆ ຂອງຍີ່ປຸ່ນກັບ AUKUS ແມ່ນຖືກຄັດຄ້ານ ຢ່າງຮຸນແຮງຈາກຈີນ.
Mark as Played
Every week, impassioned Australians take to the streets, raising their voices in protest on important issues. Protesting is not an offence, but protesters sometimes test the limits of the law with extreme and antisocial behaviour. The chance of running into trouble depends on where you’re protesting and how you behave. - ທຸກໆອາທິດ, ຊາວອອສເຕຣເລັຍ ທີ່ມີຄວາມບໍ່ພໍໃຈ ພາກັນອອກໄປຕາມຖນົນຫົນທາງ ພ້ອມທັງສົ່ງສຽງ ໃນການປະທ້ວງ ກ່ຽວກັບປະເດັນຕ່າງໆ....
Mark as Played
ໂຣກໝາກສຸກ ແມ່ນໂຣກທີ່ຕິດຕໍ່ໄດ້ໄວທີ່ສຸດ. ເຖິງແມ່ນວ່າ ກໍຣະນີຂອງ ຈະເກືອບບໍ່ມີໃນ ອອສເຕຣເລັຍ, ແຕ່ໂຣກນີ້ກໍສາມາດຖືກນຳເຂົ້າມາຈາກຕ່າງປະເທດ. ແຕ່ການສັກວັກຊີນປ້ອງກັນແມ່ນວິທີທີ່ດີທີ່ສຸດໃນການ ກຳຈັດໂຣກນີ້.
Mark as Played
ອາການເມື່ອຍທາງສາຍຕາ ຈາກການຢູ່ຫນ້າຈໍ ເປັນເວລານານ ກຳລັງເປັນບັນຫາ ທີ່ເພີ່ມຂຶ້ນ. ອາການເຫຼົ່ານັ້ນ ອາດລວມເຖິງ ການເມື່ອຍຕາ, ແສບຕາ, ຫຼື້ເຄືອງຕາ. ແສງສີຟ້າ (Blue Light) ໄດ້ຖືກຫາວ່າເປັນຕົ້ນເຫດ ຂອງການເພີ່ມຂຶ້ນຂອງກໍຣະນີ ການປວດແສບສາຍຕາ. Blue-blocker ໃນແວ່ນຕາຈະສາມາດແກ້ປັນຫາເລື້ອງປວດເມື່ອຍຕາບໍ່?
Mark as Played
ໃນຂນະທີ່ ລະດູໄຂ້ຫວັດໃນປີນີ້ ກໍາລັງມາຮອດ, ຢາວັກຊີນໄຂ້ຫວັດໃຫຍ່ໃໝ່ ທີ່ໃຊ້ຈຸລັງ (Cell-based) ໄດ້ຖືກນຳໃຊ້ ສໍາລັບລະບົບສຸຂະພາບ ທີ່ໄດ້ຮັບທຶນ ຈາກສາທາຣະນະ ຂອງອອສເຕຣເລັຍ ຫລັງຈາກໄດ້ ຢູ່ໃນຕລາດເອກກະຊົນ ຕັ້ງແຕ່ປີ 2021. ພວກນັກຊ່ຽວຊານກ່າວວ່າ ສູດໃຫມ່ນີ້ ໄດ້ຖືກອອກແບບ ເພື່ອໃຫ້ກົງກັບສາຍພັນໄຂ້ຫວັດໃຫຍ່ ທີ່ແຜ່ລາມໄປທົ່ວໂລກ ຫຼາຍຂຶ້ນ.
Mark as Played
Bankruptcy can be complicated for many people, as it can bring about feelings of financial shame and stigma. However, it may be the only way to alleviate financial distress in some cases. If you struggle to manage your debts, filing for bankruptcy could be an option. - ການລົ້ມລະລາຍ ອາດມີຄວາມຊັບຊ້ອນ ສໍາລັບຫຼາຍຄົນ ເພາະມັນສາມາດນໍາມາ ເຊິ່ງຄວາມຮູ້ສຶກຂອງຄວາມອັບອາຍ ແລະຄວາມເສື່ອມເສັຍ ທາງດ້ານການເງິນ. ເຖິງຢ່າງໃດກໍຕາມ, ອາດຈະເປັນວິທີດຽວ ທີ່ຈະຫ...
Mark as Played
ອາຫານເສີມເພື່ອສຸຂະພາບ ທີ່ຜລິດໃນປະເທດຍີ່ປຸ່ນ ທີ່ມີສ່ວນປະກອບຂອງເຂົ້າທີ່ມີເຊື້ອແປ້ງແດງ (Red Yeast) ແມ່ນມີສ່ວນ ກ່ຽວກັບການເສັຍຊີວິດ ແລະການເຂົ້າໂຮງຫມໍ. ມັນໄດ້ເຮັດ ໃຫ້ມີການເອີ້ນຄືນຜລິດຕະພັນ ໃນປະເທດຍີ່ປຸ່ນ ແລະຕ່າງປະເທດ.
Mark as Played
Opioids ແມ່ນຢາແກ້ປວດປະເພດນຶ່ງ ຊຶ່ງຜລິດມາຈາກ ຫຼືຄ້າຍຄື ສານທໍາມະຊາດທີ່ພົບໃນຕົ້ນຝິ່ນ (Opium poppy). Opioids ທີ່ຖືກສັ່ງໂດຍນາຍໝໍ ເພື່ອຮັກສາອາການປວດປານກາງ ເຖິງຂັ້ນຮຸນແຮງ. ແຕ່ກໍຍັງອາດມີຄວາມສ່ຽງ ແລະຜົນຂ້າງຄຽງທີ່ຮ້າຍແຮງ. Opioids ປະເພດທົ່ວໄປແມ່ນ oxycodone (OxyContin), hydrocodone (Vicodin), morphine, ແລະ methadone. ໃນອອສເຕຣເລັຍ, ການໃຊ້ Opioids ຕາມໃບສັ່ງແພດ (Prescription) ໃນທາງທີ່ຜິດ ໄດ້ເປັນບັນຫາມາດົນແລ້ວ. ໃນຈຸດຫນຶ່ງ, ອອສເຕຣເລັຍ ໄດ້ບັນທຶກການບ...
Mark as Played
ມາດຕະຖານການຂົນສົ່ງ ສາທາຣະນະ ຂອງອອສເຕຣເລັຍ ຖືກກໍານົດໃຫ້ໄດ້ຮັບການປັບປຸງ ທີ່ສໍາຄັນຄັ້ງທໍາອິດ ໃນຮອບ 20 ປີ, ເພື່ອປັບປຸງການເຂົ້າເຖິງ ສໍາລັບຄົນພິການ. ພວກສນັບສນຸນກ່າວວ່າ ການປ່ຽນແປງມາຖືກທາງແລ້ວ, ແຕ່ຢາກໃຫ້ມີການຮັບຮອງວ່າ ພວກເຂົາເຈົ້າ ຈະໄດ້ຮັບການຮັບຮອງ ຢ່າງມີປະສິດທິພາບ ແລະປະສິດທິຜົນ.
Mark as Played
ປອກແຂນຕິດຕາມເອເລັກໂຕຼນິກ (Electronic monitoring bracelets)ຈະຖືກນໍາໃຊ້ ກັບເຍົາວະຊົນ ທີ່ຖືກຕັ້ງຂໍ້ຫາຮ້າຍແຮງ ໃນຣັດວິກຕໍເຣັຍ ເພື່ອພະຍາຍາມໃຫ້ແນ່ໃຈວ່າ ພວກເຂົາປະຕິບັດຕາມເງື່ອນໄຂການປະກັນຕົວ. ແຕ່ກໍມີຜູ້ບໍ່ເຫັນດີນຳ ດ້ວຍເຫດຜົນຕ່າງໆ.
Mark as Played
Understanding the diversity within the First Nations of Australia is crucial when engaging with Aboriginal and Torres Strait Islander peoples and building meaningful relationships. - ຄວາມເຂົ້າໃຈ ຄວາມແຕກຕ່າງພາຍໃນ First Nations ຂອງອອສເຕຣເລັຍແມ່ນສິ່ງສໍາຄັນ ເມື່ອມີສ່ວນຮ່ວມ ກັບຊາວພື້ນເມືອງ ແລະ Torres Strait Islander ແລະການສ້າງ ຄວາມສໍາພັນທີ່ມີຄວາມຫມາຍ.
Mark as Played

Popular Podcasts

    Current and classic episodes, featuring compelling true-crime mysteries, powerful documentaries and in-depth investigations.

    The Nikki Glaser Podcast

    Every week comedian and infamous roaster Nikki Glaser provides a fun, fast-paced, and brutally honest look into current pop-culture and her own personal life.

    Stuff You Should Know

    If you've ever wanted to know about champagne, satanism, the Stonewall Uprising, chaos theory, LSD, El Nino, true crime and Rosa Parks, then look no further. Josh and Chuck have you covered.

    Crime Junkie

    If you can never get enough true crime... Congratulations, you’ve found your people.

    Start Here

    A straightforward look at the day's top news in 20 minutes. Powered by ABC News. Hosted by Brad Mielke.

Advertise With Us
Music, radio and podcasts, all free. Listen online or download the iHeart App.

Connect

© 2024 iHeartMedia, Inc.